• ກອກຢາຜິດກົດໝາຍ ກັບ ອັດຕາການສູບຢາ.
    Nov 19 2026
    ຕລາດຢາສູບຜິດກົດຫມາຍຂອງອອສເຕຣເລັຍ ໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 5 ປີ, ທ່າມກາງການຍຶດຢາສູບຜິດກົດຫມາຍ ແລະ Vapes ເປັນປວັດການ. ຜູ້ຊ່ຽວຊານດ້ານສຸຂະພາບ ຍິນດີກັບການປ່ຽນແປງນີ້, ແຕ່ເຕືອນວ່າ ສິນຄ້າລາຄາຖືກໃນຕລາດມືດ ຍັງມີຢູ່ຢ່າງກວ້າງຂວາງ, ເຮັດໃຫ້ຊາວອອສເຕຣເລັຍ ຕິດ Nicotine ແລະ ເຮັດໃຫ້ຜູ້ສູບຢາເລີກສູບ ໄດ້ຍາກຂຶ້ນ.

    #sbsaudiopodcast
    Show More Show Less
    10 mins
  • ປັນຫາ ແລະ ອະນາຄົດຂອງ Nvidia'
    Nov 19 2026
    ຜົນກະທົບຍັງຄົງມີຢ່າງຕໍ່ເນື່ອງສໍາລັບ Nvidia ແລະ Jensen Huang. Jensen Huang, CEO ຂອງ Nvidia ປະເຊີນກັບການກວດສອບໃຫມ່ ກ່ຽວກັບການມີຄວາມສໍາພັນກັບຜູ້ຍິງຄົນຫນຶ່ງ ທີ່ຖືກກ່າວຫາໂດຍໜ່ວຍຂ່າວລັບ ຂອງສະຫະຣັດວ່າ ເປັນສາຍລັບຈີນ. ນີ້ເປັນເຫດຜົນທີ່ຄນະບໍຣິຫານ Nvidia ຄາດວ່າ ຈະປະຊຸມເພື່ອຕັດສິນອະນາຄົດ ຂອງຫົວຫນ້າທີ່ກໍາລັງປະສົບກັບປັນຫາ.

    #sbsaudiopodcast
    Show More Show Less
    16 mins
  • ສລຸບຂ່າວປະຈຳອາທິດ 19 ພິຈິກ 2026
    Nov 19 2026
    ສລຸບຂ່າວປະຈຳອາທິດ 19 ພິຈິກ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ...ນາຍົກຣັດຖະມົນຕີອອສເຕຣເລັຍ ໃນການປະຊຸມຜູ້ນໍາ Quad ໃນ Manila *** ... ...ການອອກຈໍາຫນ່າຍ ທີ່ລໍຖ້າມາດົນຂອງ Grand Theft Auto 6 ແລະໃນຂ່າວກິລາ *** ... ....Cameron Bancroft ກ່າວວ່າ "ທີມທັງຫມົດ" ຮູ້ກ່ຽວກັບກໍຣະນີການດັດແປງລູກບານ (Ball tampering).

    #sbsaudiopodcast
    Show More Show Less
    15 mins
  • ສລຸບຂ່າວປະຈຳອາທິດ 13 ພິຈິກ 2026
    Nov 13 2026
    ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ.

    #sbsaudiopodcast
    Show More Show Less
    12 mins
  • ຜົນການເລືອກຕັ້ງໃນ New Zealand.
    Nov 12 2026
    ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ່າຄອງຊີບ ຈະເປັນປັນຫາຫຼັກໃນວາຣະຕໍ່ໄປ.
    Show More Show Less
    11 mins
  • ອັດຕາການວ່າງງານໃນ ອອສເຕຣເລັຍ.
    Nov 12 2026
    ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງຂອງປະເທດ ກໍາລັງຫຼຸດຈໍານວນພະນັກງານລົງ. ຜູ້ຊ່ຽວຊານໄດ້ຕັ້ງຄຳຖາມວ່າ AI ໄດ້ປ່ຽນແປງສະພາບວຽກງານບໍ່, ຫຼືການປ່ຽນແປງພຶດຕິກັມຜູ້ບໍຣິໂພກ ກໍາລັງເຮັດໃຫ້ມີຕໍາແຫນ່ງຫຼາຍຮ້ອຍຕໍາແຫນ່ງ ຕົກຢູ່ໃນຄວາມສ່ຽງ?
    Show More Show Less
    7 mins
  • ຂ່າວການຈະຣາຈົນໃນປະເທດ Germany.
    Nov 5 2026
    ການປະທ້ວງໃນ Germany ທີ່ຈັດຂຶ້ນໂດຍເຍົາວະຊົນ ແລະການເຄື່ອນໄຫວທີ່ເອີ້ນວ່າ Gen Z Takes Charge ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຫຼາຍເມືອງ. ທາງການ German ກໍາລັງເຕືອນວ່າ ຈະມີການລົງໂທດຢ່າງຮຸນແຮງສຳລັບຜູ້ຮັບຜິດຊອບ ຕໍ່ການຈະຣາຈົນຄັ້ງນີ້. ຄວາມບໍ່ສງົບ ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວກັບຄ່າຄອງຊີບ, ການສຶກສາ ແລະບໍຣິການສາທາຣະນະ. ໃນຂນະດຽວກັນ ທາງການ German ຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄວບຄຸມຊາຍແດນ ເນື່ອງຈາກມີຄວາມກັງວົນວ່າ ກຸ່ມຫົວຮຸນແຮງຈາກຕ່າງປະເທດອາດຈະໃຊ້ປໂຍດຈາກການປະທ້ວງດັ່ງກ່າວ.
    Show More Show Less
    7 mins
  • ສລຸບຂ່າວປະຈຳອາທິດ 5 ພິຈິກ 2026
    Nov 6 2026
    ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ....... ໄຊຊນະທີ່ຍິ່ງໃຫຍ່ ສໍາລັບພັກ Democrats ໃນການເລືອກຕັ້ງກາງວາຣະຂອງສະຫະຣັດ. ...... ມີຜູ້ເສັຍຊີວິດ ຢ່າງນ້ອຍ 40 ຄົນ ຫຼັງຈາກການໂຈມຕີຂອງຣັສເຊຍ ຕໍ່ຈຸດແຈກຈ່າຍຄວາມຊ່ວຍເຫຼືອໃນ Ukraine. ແລະໃນຂ່າວກິລາ, ນັກເທນນິສໃນຕຳນານ Rafael Nadal ກັບຄືນມາສູ່ເດີ່ນອີກເທື່ອໜຶ່ງ.
    Show More Show Less
    11 mins